Banner

ຄະນະກວດກາ ເມືອງຫຼາ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025

ໃນຕອນເຊົ້້າ ຂອງວັນທີ 29 ພຶດສະພາ 2025 ຄະນະກວດກາພັກ ເມືອງຫຼາແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ຈື່ວ່າ ຊາວເຊັງ ກໍາມະການປະຈໍາພັກເມືອງ ປະທານກວດກາ ພັກ-ລັດເມືອງ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສົມພາວັນ ສຸດຈະລິດ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກອ້ອມຂ້າງ, ເລຂາຄະນະພັກຮາກຖານກຸ່ມບ້ານ ແລະ ເລຂາພັກບ້ານ 05 ບ້ານເທດສະບານ ຜູ້ທີ່ເຮັດວຽກງານກວດກາ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ສະຫາຍ ສຸລິເທີ້ມ ສີວິໄລ ຮອງປະທານກວດກາພັກ ໄດ້ຜ່ານບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານກວດກາ ຂອງຄະນະກວດກາພັກ-ລັດ ເມືອງຫຼາ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ໂດຍທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດໃນການເຄື່ອນໄຫວ ແລະ ການປະຕິບັດວຽກງານຕົວຈິງ ໃນໄລຍະ 01 ປີຜ່ານມາ ເຫັນວ່າມີຫຼາຍດ້ານໄດ້ຮັບຜົນສໍາເລັດຢ່າງຕັ້ງໜ້າ ແລະ ມີບາງດ້ານຍັງມີຂໍ້ຄົງຄ້າງ ທີ່ຈະຕ້ອງແກ້ໄຂ ພ້ອມດຽວກັນນີ້ກໍ່ໄດ້ຍົກໃຫ້ເຫັນບົດຮຽນທີ່ຖອດຖອນໄດ້ຈາກວຽກງານກວດກາໃນໄລຍະຜ່ານມາ. ຫຼັງຈາກໄດ້ຮັບຟັງການຜ່ານບົດສະຫຼຸບແລ້ວ ຜູ້ແທນກອງຊຸມກໍ່ໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບວຽກງານກວດກາ ຢ່າງພາວະວິໄສ ແລະ ກົງໄປກົງມາ ພ້ອມທັງສະເໜີໃຫ້ມີການປັບປຸງເນື້ອໃນ ທີ່ເຫັນວ່າຍັງບໍທັນສອດຄ່ອງ ໃຫ້ຄົບຖ້ວນ ແລະ ສົມບູນຂຶ້ນ. ນອກຈາກນັ້ນຍັງໄດ້ມີຄໍາເຫັນ ຕໍ່ກັບຄໍາຖາມເຈາະຈີ້ມຂອງປະທານກອງປະຊຸມເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ວ່າດ້ວຍການຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການປຸກລະດົມການນໍາໃຊ້ກອງທຶນຢາເສບຕິດ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ພາຍໃນເມືອງ, ການສັງລວມການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍພາຍໃນເມືອງ, ການປູກພືດລະດູແລ້ງເປັນສິນຄ້າສົ່ງອອກຂອງບັນດາບໍລິສັດ, ການເສຍພັນທະອາກອນ, ການແກ້ໄຂບັນຫາຂໍ້ຂັດແຍງທີ່ດິນຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການລົງທຶນໂຄງການກໍ່ສ້າງນໍ້າຊົນລະປະທານໃນປີ2024, ບັນຫາການຕ້ານ, ສະກັດກັ້ນ, ແກ້ໄຂບັນຫາການບຸກປ່າ ແລະ ບັນຫາໄຟໄໝ້ລາມປ່າ; ນອກຈາກນັ້ນ ກອງປະຊຸມຍັງໄດ້ເຜີຍແຜ່ບັນດາເອກະສານທີ່ຕິດພັນກັບວຽກງານກວດກາ ໂດຍສະເພາະແມ່ນ ບົດບັນທຶກກ່ຽວກັບການປະສານງານລະຫວ່າງອົງການກວດກາແຫ່ງລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີການສໍ້ລາດບັງຫລວງ ສະບັບລົງວັນທີ 29ມັງກອນ 2024, ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ, ສະບັບລົງວັນທີ 14ກຸມພາ 2024 ແລະ ບົດບັນທຶກ ການປະສານງານລະຫວ່າງ ອົງການກວດກາລັດແຂວງ ກັບ ອົງການກວດສອບປະຈໍາພາກເໜືອ, ສະບັບລົງວັນທີ 27 ມີຖຸນາ 2024, ບົດບັນທຶກການປະສານງານລະຫວ່າງສານປະຊາຊົນສູງສຸດກັບອົງການກວດກາແຫ່ງລັດ ກ່ຽວກັບການດໍາເນີນຄະດີ ສະບັບລົງວັນທີ 14 ກຸມພາ 2024.

ຕອນທ້າຍກອງປະຊຸມ, ສະຫາຍ ສົມພາວັນ ສຸດຈະລິດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມວຽກງານກວດກາ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ດ້ານດີ ແລະ ຜົນງານໃນໄລຍະ 01 ປີຜ່ານມາ ແລະ ເໜັ້ນໜັກໃຫ້ຖືເອົາວຽກງານກວດກາເປັນວຽກງານໜຶ່ງສອດຫ້ອຍເຂົ້າໃນທຸກຂົງເຂດ ແລະ ຖືສໍາຄັນຕໍ່ກັບການນໍາພາຂອງຄະນະພັກທຸກຂັ້ນ ພ້ອມທັງໃຫ້ສືບຕໍ່ ສຶກສາອົບຮົມວຽກງານການເມືອງແນວຄິດ, ແບບແຜນວິທີເຮັດວຽກ, ແບບແຜນການນໍາພາ,ການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ; ເພີ່ມທະວີຄວາມຮັບຜິດຊອບໃນສິດ, ພາລະບົດບາດຂອງຕົນ, ເຊື່ອມຊຶມ ແລະ ກໍາແໜ້ນບັນດານິຕິກໍາຕ່າງໆ ໃຫ້ເລິກເຊິ່ງ.

ໂດຍ: ນ. ເກດທອງ ປັນຍາລັກ
ຜູ້ດູແລລະບົບ 3 ເດືອນຜ່ານມາ